Sa Bai Dee,ຊ່ວຍເຫຼືອຮັກແພງກັນໄວ້ເດີທີມເຮົາ

in #laos7 years ago (edited)

ສະບາຍດີເດີ ໝົດທຸກຄົນທີ່ຮັກແພງ
Hello steemit friends How are you doing ???

IMG_0897 2.JPG

ຂ້ອຍຍັງຄົງຊອກຫາຄົນລາວຂອງພວກເຮົາຕໍ່ໄປເພື່ອມາເຂົ້າເປັນກຸ່ມທີມລາວ
ຂອງພວກເຮົາແລະໃຊ້ພາສາລາວເພື່ອເຮັດໂພດໃຫ້ດີທີ່ສຸດໃຫ້ໜ້າສົນໃຈຂຽນ
ພາສາລາວຂອງພວກເຮົາເພື່ອໄດ້ຮັບການຊ່ວຍເຫຼືອຈາກທີມ ອັບໂຫວດໃຫ້ແລ້ວ
ເຈົ້າຍັງສາມາດຂຽນພາສາອື່ນໆ ຕາມຫຼັງອີກຖ້າເຈົ້າຕ້ອງການໃຫ້ໂພດຂອງ
ເຈົ້າມີຄວາມໜ້າສົນໃຈເພີ່ມຂືນ ແລ້ວກະຢ່າລືມໃຊ້ ແທກລາວນຳພ້ອມແດ່ເນາະ

ຂ້ອຍສັງເກດເຫັນຄົນລາວເຮົາຢູ່ແຕ່ຂະເຈົ້າເຮັດໂພດເປັນພາສາອັງກິດທີມກະເລີຍ
ອັບໂຫວດໃຫ້ບໍ່ໄດ້ເນາະ ແຕ່ຖ້າພວກເຈົ້າຂຽນໂພດຂື້ນຕົ້ນເປັນພາສາລາວກ່ອນແລ້ວ
ຄ່ອຍເອົາອັງກິດຕາມ ອັນນີ້ທີມເຮົາກະອິ ອັບໂຫວດໃຫ້ເຈົ້າໄດ້

ແມ່ນຢູ່ທີມເຮົາອັບໂຫວດໃຫ້ກັນໃນທີມໄດ້ບໍຫຼາຍແຕ່ກະຍ້ອນທີມເຮົາຍັງນ້ອຍແລ້ວ
ຄົນໃນທີມກະໜ້ອຍຈື່ງໄດ້ຜົນໂຫວດໜ້ອຍລົງໄປອີກເນາະ ພວກເຮົາທຸກຄົນຄວນຫາ
ຄົນມາເພີ່ມຊ່ວຍກັນເພື່ອໃຫ້ໄດ້ຜົນປະໂຫຍດຫຼາຍຂື້ນເນາະ.ເພື່ອທີມຂອງເຮົາ

ທີ່ສຳຄັນຂ້ອຍຢາກໃຫ້ທຸກຄົນໃນທີມຊ່ວຍຄ່ອມເມັ້ນແລ້ວກະອັບໂຫວດໃຫ້ກັນແດ່
ໃຫ້ເປັນກຸ່ມເປັນກ້ອນສາມັກຄີກັນໄວ້ ທີມຍັງອິແຂງແຮງຕໍໄປແລະບໍ່ແຕກ ຖ້າທີມເຮົາ
ຍຸບ ໄປກໍ່ຈະບໍມີໃຜໄດ້ຮັບການຊ່ວຍເຫຼືອຈາກ @curie ອີກຕໍ່ໄປ...

ຂອບໃຈຫຼາຍທີ່ມາອ່ານແລະຕິດຕາມໂພດຂອງຂ້ອຍຕະຫຼອດມາ


Thank you for your time i hope you have a wonderful day ...Me @laoteam

Sort:  

💪 ຊ່ວຍເຫຼືອເຊື່ງກັນແລະກັນນັ້ນຈະເຮັດໃຫ້ທີມເຮົາແຂງແຮງຕໍ່ໄປ ສູ້ໆໆໆ 🇱🇦😊🇱🇦