ສະບາຍດີເດີ 🙏🙏 ໝູ່ເພື່ອນທຸກຄົນ ທັງເກົ່າ ແລະໃໝ່ ເນາະ 🤗
ມື້ນີ້ກະບໍ່ຮູ້ອິເອົາອັນໃດມາເວົ້າ ດີ ກະພໍດີໄປເຫັນຮູບ ຕອນພາເດັກນ້ອຍ
ໄປເລາະສວນສັດ ມັນເປັນຄວາມສົງຈຳທີ່ດີຂອງຄອບຄົວຂ້ອຍ ແລ້ວກະ
ມື້ນີ້ໄດ້ລອງໂພດ ຢູ່ esteem ເປັນຄັ້ງທຳອິດ ຖ້າດີບໍ່ດີແນວໃດ ແລ້ວອິ
ມາບອກໃຫ້ຟັງ ໃນໂພດ ຕໍ່ໄປ ກະເຫັນ ມີ ໝູ່ຫຼາຍຄົນຂະເຈົ້າ ໂພດຢູ່
ບ່ອນນີ້ ລະໄດ້ ອັບໂຫວດ ຟີ ຈາກທາງເວັບໄຊ້ ຂ້ອຍກະເລີຍລອງເບີ່ງ
ນົກຍຸງງາມໆ 😍
ພວກເຈົ້າວາບໍ ເວລາເຮົາເບີ່ງຈາກຮູບ ຫຼືຈາກ ວິດີໂອ້ ມັນກະບໍ່ຄ່ອຍມີ
ຄວາມກະຕືລືລົ້ນປານໃດ ແຕ່ເວລາໄດ້ມາສຳພັດ ກັບ ທຳມະຊາດຕົວຈີງ
ມັນເຮັດໃຫ້ເຮົາຮູ້ສືກ ດີໆ ຕື່ນເຕັ້ນ ເຫັນ ແນວທີ່ບໍ່ຄ່ອຍໄດ້ເຫັນ ຕາມ
ບ້ານເຮົາ ກ່ອນອິໄປເຫັນ ສວນສັດ ກະບໍ່ແມ່ນເລື່ອງງ່າຍ ສະໄໝນັ້ນ
ເຮົາຕອນຍາມນ້ອຍກະບໍ່ຄ່ອຍໄດ້ເຫັນໄດ້ໄປໃສ ໄກ ຍ້ອນ ພໍ່ແມ່ຫຍຸ້ງ
ວຽກ ຫາລ້ຽງລູກ ແດ່ ເຮົາກະບໍ່ຕິເພີ່ນ ຍ້ອນເພີ່ນເຮັດໝ້າທີ່ຂອງເພີ່ນ
ດີແລ້ວ ຈື່ງມາມີເຮົາໃນມື້ນີ້ 😁
ແລ້ວເຮົາໃນມື້ນີ້ໄດ້ເປັນ ແມ່ຄົນແລ້ວເຮົາກະເລີຍ ຢາກເຕີມເຕັມ ໃຫ້
ລູກໄດ້ຮັບ ໄດ້ ເຫັນ ໄດ້ ຮູ້ ໃນ ສີ່ງທີ່ເຮົາເຄີຍ ຂາດ ໃຫ້ເຂົາໄດ້ເຫັນ ຫຼາຍ
ບອນຫຼາຍທີ່ ໄດ້ໄປ ຮູ້ເປີດຫູເປີດຕາ ຍ້ອນເຮົາ ບໍ່ເຄີຍໄດ້ ຮັບຕອນຍາມ
ນ້ອຍ ກະເລີຍ ໃຫ້ລູກໄດ້ຮັບ ແທນ 💕
ກະທີ່ເຄີຍໄດ້ບອກໄປເນາະ ຂ້ອຍ ມັກເລາະ ຕາມປ່າຕາມສວນ ຫຼາຍ
ກ່ອນໄປເດີນຫ້າງ ຍ້ອນ ໄປຍ່າງຊອບປີ່ງ ມັນມີແຕ່ແນວຊື້ຈ່າຍ ເສຍ
ດາຍຢູ່ເງິນນະ ແຕ່ກະໄປຊອບ ຢູ່ເວລາ ຕ້ອງຊື້ເຄື່ອງໃຊ້ ຈຳເປັນ ກະໄປ
ເດີນຫ້າງ ປະມານ ອາທິດລະເທື່ອ ແຕ່ໄປຍ່າງ ເລາະ ຖ່າຍຮູບ ຕາມປ່າ
ນັ້ນເກີບທຸກມື້ 😁📸😁
ຄວາມຈີງສວນສັດບ່ອນນີ້ກະມີສັດຫຼາຍກ່ວານີແຕ່ ພື້ນທີ່ທີ່ຂ້ອຍໂພດ
ມັນມີເຂດຈຳກັດ ກະເລີຍ ລົງ ໂພດ ບໍ່ຄ່ອຍຍາວຫຼາຍ ຍ້ອນ ທີມເຮົາ
ກະໜ້ອຍແດ່ ຈັກ ອິມີຄົນລາວເຮົາ ມາອ່ານ ຢູ່ບໍ່ ກະ ບໍ່ຈັກ? 😉
ປະກາດຊ່ອຍກັນໄປເພື່ອທີມລາວຂອງພວກເຮົາ ເພື່ອ ເຮົາຈະໄດ້ໃຊ້
ພາສາ ຂອງເຮົາ ບໍ່ນ້ອຍ ໝ້າ ພາສາ ອື່ນ ຂ້ອຍຍັງດີໃຈ ທີ່ເຮົາໄດ້ໃຊ້
ພາສາຂອງເຮົາ ຖີງວ່າ ຕອນນີ້ ທີມຜູ້ທີ່ສະ ພອດ ເຮົາ ກະ ຫ່າງຫາຍ
ໄປແລ້ວກະຕາມ ແຕ່ເຮົາກະຄວນຊ່ອວກັນຫາທີມລາວ ເຂົ້າໃໝ່ແດ່
ເນາະ ເອົາເທົ່າທີ່ເຈົ້າ ເຮັດ ໄດ້ເພາະ ຄວາມສະບາຍໃຈ ຂອງເຈົ້າ ກະ
ສຳຄັນຄືກັນ ✌️✌️
ຂອບໃຈເດີ ທີ່ເຂົ້າມາອ່ານໂພດຂອງຂ້ອຍ ແລ້ວກະກຳລັງໃຈ❤️💜💙
ຕະຫຼອດມາ🤗💕🤗
Thank you for stopping by my blog 😊
I wish you have a wonderful day 😍💕😍
Hi @sakhone,
@TeamAustralia / #TeamAustralia a few week ago (I moved from the islands of Micronesia to Australia to study and live here).I'm @joshua-golbuu, or Josh for short and I just joined
I just wanted to drop a note to say hello.
Nice post I really like you pictures especially because they are about animals.
I don't have many recent posts because I just finish my last exam on Friday, but I very much like to get to know everyone in our team. Hope we will meet on Steemit.
here is my re-intro with more details: https://steemit.com/teamaustralia/@joshua-golbuu/from-micronesia-to-australia-my-journey-re-introducing-myself-to-teamaustralia-and-to-everyone-in-steemit-after-my-exams
Peace ✌ & 💖 love!
Hello @joshua-golbuu 😊 I'm glad you like my post! And welcome to steemit I hope you enjoy your time here 👍
ນົກຍູງໜ້າຮັກຫຼາຍ
ຂ້ອຍດີໃຈໄດ້ເຫັນຄົນລາວເຮົາ 🇱🇦🤗🇱🇦! Have a nice day!😊 Good morning @bigsmile ຂອບໃຈເດີ ທີ່ແວະມາຫາ