Morning walk 🏃‍♀️💕🏃‍♀️

in #life7 years ago

ສະບາຍດີ steemit friends ❤️



ກະຄືໄດ້ເວົ້າໄປຕະຫອດແລ້ວວ່າຂ້ອຍ ເປັນຄົນທີ່ມັກຍ່າງ ໃນຊ່ວງ
ຕອນເຊົ້າ ມັນເປັນຊ່ວງທີ່ເຮັດໃຫ້ ຮູ້ສືກ ດີ ຕາເວັນຊ່ອງ ບໍ່ຮ້ອນ
ຈົນເກີນໄປ ລົມພັດເຢັນໆ ມື້ນີ້ ກະຍ່າງ ຄືທຸກມື້ ປະມານ 20-30
ນາທີ ຕໍ່ມື້ ກະແລ້ວແຕ່ຄວາມມັກຂອງ ເຮົາ ບາງຄົນ ກະມັກເຮັດ
ແນວອື່ນເນາະ !!! ມັນພິເສດໃນມື້ນີ້ແມ່ນ ຢ່າງໄປເຈີ ດອກໄມ້
ລົ່ນງາມເຕັມພື້ນ 📸💜📸



image



ນອກຈາກສີມ່ວງແລ້ວກະຍັງມີ ສີ ເຫຼືອງອີກ ແຕ່ຂ້ອຍບໍ່ແນ່ໃຈວ່າ
ມັນຊື່ດອກໄມຫຍັງ ກະຄ່າຍໆຄືກັບດອກຄູນຢູ່ບ້ານເຮົາ ຫັນຢູ່ຂ້ອຍ
ຄິດວ່ານະ 😉 ການອອກໄປຍ່າງແຕ່ລະມື້ມັນດີແນວນີ້ເນ ເຮັດໃຫ້
ຮ່າງກາຍ ແຂງແຮງຂື້ນ ຍ້ອນເລືອດລົມໄຫຼວຽນດີ ຈາກການຍ່າງ
ເຮັດໃຫ້ຮ່າງກາຍອົບອຸ່ນຂື້ນ ຜິດພັນກະດີຂື້ນໄປນຳ ແດ່ 😁 ແລ້ວ
ເວລາຍ່າງຜ່ານ ຕົນດອກໄມ້ເທື່ອໃດກະຫ້ອມຊື່ນໃຈ 📸💛📸



image



ມື້ນີ້ຂ້ອຍໄດ້ອ່ານເຈີ ຂໍ້ຄວາມ ບົດໜື່ງ ຖືກໃຈຫຼາຍ ເພີ່ນເວົ້າວ່າ ເກີດ
ເປັນຄົນ ຢ່າໄປດູຖູກ ໃຜ ເພາະ ຊີວິດ ຂອງແຕ່ລະຄົນ ກໍ່ລ້ວນມີຄຸນ
ຄ່າ ໃນແບບ ຂອງແຕ່ລະຄົນໄປ ເພາະ ບໍ່ມີໃຜທີ່ ມັກການຖືກ ດູຖູກ
ຈາກຄົນອື່ນ 🤗



image



ມື້ນີ້ ກະຂໍຟາກໄວ້ທໍ່ນີ້ໄປກ່ອນ ເນາະ ✌️ ເຮັດທຸກມື້ໃຫ້ດີທີ່ສຸດເທົ່າ
ທີ່ເຮົາອິເຮັດໄດ້ ຜູ້ອື່ນບໍ່ຮູ້ ບໍ່ເຫັນນຳ ແຕ່ເຮົາກະຮູ້ ກະເຫັນຢູ່ໃນໃຈ
ເຮົາເອັງ ນີ້ ຖ້າເຮົາຄືດວ່າເຮົາເຮັດດີແລ້ວກະເຮັດຕໍ່ໄປ ເພາະເຮົາຮູ້
ໃຈເຮົາເອັງທີ່ສຸດແລ້ວ !!! ແລະສຸດທ້າຍນີ້ ແມ່ນ ຂ້ອຍໄດ້ລົມກັບທີມ
ແລ້ວ ເພື່ອຈະຫາ ຫົວໜ້າລາວທີມຄົນໃໝ່ ເນື່ອງຈາກວ່າຂ້ອຍບໍ່ໄດ້
ຢູ່ໃນ ພື້ນທີ່ຂອງປະເທດລາວ ແລະກໍຂ້ອນຂ້າງ ລໍາບາກທີ່ຈະຊ່ອຍ
ຫາລູກທີມເພີ່ມ ແຕ່ຖ້າຫາກ ຫາ ຄົນໃໝ່ ທີ່ຢູ່ໃນລາວ ຈະເຮັດໃຫ້
ການເຮັດວຽກຂອງທີມໄດ້ດີຂື້ນ 👍ຕໍ່ໄປນີ້ ຂ້ອຍບໍ່ແມ່ນ ຫົວໜ້າ
ທີມລາວແລ້ວ ແລະ ຫວັງວ່າການປ່ຽນເທື່ອນີ້ຈະເຮັດໃຫ້ທີມເຮົາດີ
ຂື້ນກ່ອນເກົ່າ ທໍ່ນີ້ຂ້ອຍກະດີໃຈນຳ ທີມເຮົາແລ້ວ 🤗



image



I really wish the best for team 💎💕💎



ຂອບໃຈທີ່ແວະມາອ່ານໂພດຂອງຂ້ອຍເນາະ ❤️💜💙



animated-thank-you-image-0081

For your support 💜💚💛



Sort:  

พี่ @sakhone ถ่ายรูปได้สวยมากๆเลยครับ 🎖

ขอบคุณนะค่ะ น้อง @jakkris ที่แวะมา 😊

ภาพดอกไม้ล่วงบนพื้น สวยมากๆ

ขอบคุณที่แวะมาค่ะ 😊

ໃຫ້ຄວາມເຄົາລົບຊື່ງກັນແລະກັນແລ້ວກະບໍຄວນຕັດສິນ
ຄົນຜູ້ນີ້ຈາກຄຳເວົ້າຂອງຜູ້ອື່ນເພາະອາດເປັນຄົນທີ່ບໍ່ໄດ້
ຫວັງດີຕໍ່ກັນ ຄວນເບີ່ງຈາກຄວາມເປັນຈີງ @sakhone

🤗 ການໃຊ້ຊີວິດ ຢູ່ໃນໂລກນີ້ມັນຍາກຫຼາຍທີ່ຈະ ບໍ່ໃຫ້ເຈີ
ບັນຫາ ແຕ່ເຮົາຄວນ ມີວິທີແນວໃດທີ່ຈະ ເຮັດໃຫ້ບໍ່ມີບັນຫາ
ເລີຍ ມັນຄືອິຍາກ ແຕ່ກະ ຄວນຫາວິທີ ບໍ່ໃຫ້ມີການປະທະ
ຫຼືນ້ອຍທີ່ສຸດ ໃຫ້ໄດ້ !!! ຂໍໃຫ້ທຸກຄົນໂຊກດີ 😉✌️😉